ສີລ ຫ້າ
ຄຳອາຣາທະນາສີລຫ້າ
ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ທຸຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ຕະຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ເຖິງພຣະຣັຕນະໄຕຣ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ສາມຈົບ)
ພຸທທັງ ສະຣະນັງ ຄັສສາມິ , ທັມມັງ ສະຣະນັງ ຄັສສາມິ , ສັງຄັງ ສະຣະນັງ ຄັສສາມິ
ທຸຕິ ຍັມປິ ພຸທທັງ ສະຣະນັງ ຄັສສາມິ , ທຸຕິ ທັມປິ ທັມມັງ ສະຣະນັງ ຄັສສາມິ , ທຸຕິ ຍັມປິ ສັງຄັງ ສະຣະນັງ ຄັສສາມິ
ຕະຕິ ຍັມປິ ພຸທທັງ ສະຣະນັງ ຄັສສາມິ , ຕະຕິ ທັມປິ ທັມມັງ ສະຣະນັງ ຄັສສາມິ, ຕະຕິ ຍັມປິ ສັງຄັງ ສະຣະນັງ ຄັສສາມິ
ຄຳສະມາທານສີລຫ້າ
1. ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ
2. ອະທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ
3. ກາເມສຸມິຈສາຈາຣາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ
4. ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ
5. ສຸຣາເມຣະຍະມັຊຊະປະມາທັຖຖານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ
ຄຳແປ:
1. ຂ້ານ້ອຍ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການຂ້າ ການບຽດບຽນ ການທຳຮ້າຍຮ່າງກາຍຄົນແລະສັຕ.
2. ຂ້ານ້ອຍ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການຂູ່ເຂັນ, ຫລອກລວງ, ຂີ້ລັກ, ການສໍ້ໂກງ.
3. ຂ້ານ້ອຍ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການປະພຶດຜິດ ໃນກາມ.
4. ຂ້ານ້ອຍ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການເວົ້າຕົວະ, ການເສັຽສັຈຈະ, ການເວົ້າສຽດສີ, ການຍຸຍົງ
5. ຂ້ານ້ອຍ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການກິນ ດຶ່ມ ສູບ ດົມ ສິ່ງເສບຕິດ ເຄື່ອງດອງຂອງມຶນເມົາ ທັງຫລາຍທັງປວງ
ສີລຫ້າ
ສີລຂໍ້ນຶ່ງມີ ຫ້າອົງຄື:
1. ສັດມີຊີວິດ
2. ຮູ້ວ່າສັດມີຊີວິດ
3. ຈິດຄິດຈະຂ້າ
4. ພຽນເພື່ອຈະຂ້າ
5. ສັດຕາຍດ້ວຍຄວາມພຽນ
ສີລຂໍ້ສອງມີ ຫ້າອົງຄື:
1. ຂອງມີເຈົ້າຂອງຫວງແຫນ
2. ຮູ້ວ່າມີເຈົ້າຂອງຫວງແຫນ
3. ຈິດຄິດຈະລັກ(ທັ້ງໂດຍຄຶດລັກເອງຫລືໃຊ້ໃຫ້ຜູ້ອື່ນ)
4. ພຽນເພື່ອຈະລັກ
5. ນຳຂອງມາດ້ວຍຄວາມພຽນນັ້ນ
ສີລຂໍ້ສາມມີ ສີ່ອົງຄື:
1. ວັດຖຸທີ່ບໍ່ຄວນເຂົ້າຫາ (ຄືຊາຍຫລືຍິງທີ່ມີເຈົ້າຂອງຫລືມີຜູ້ຄຸ້ມຄອງດູແລຮັກສາ)
2. ຈິດຄຶດຈະເສພໃນວັດຖຸນັ້ນ
3. ພຍາຍາມທີ່ຈະເສພ
4. ທຳມັຄຄະ ຕໍ່ ມັຄຄະ ໃຫ້ເຖິງກັນ (ມັຄຄະ ແປວ່າ ທາງ)
ສີລຂໍ້ສີ່ມີ ສີ່ອົງຄື:
1. ເຣື່ອງບໍ່ຈິງ
2. ຈິດຄຶດຈະເວົ້າໃຫ້ຜິດ
3. ພຍາຍາມເວົ້າອອກໄປ
4. ຄົນອື່ນເຂົ້າໃຈເນື້ອຄວາມນັ້ນ
ສີລຂໍ້ຫ້າມີ ສີ່ອົງຄື:
1. ຂອງເຮັດໃຫ້ເມົາມີເຫລົ້າເປັນຕົ້ນ
2. ຈິດຢາກຈະດື່ມ
3. ພຍາຍາມດື່ມ
4. ດື່ມໃຫ້ໄຫລລ່ວງລຳຄໍເຂົ້າໄປ
ພຣະສັມມາສັມພຸທເຈົ້າຊົງສະແດງໄວ້ໃນ ມະຫາປະຣິນິພພານສູຕ ທີຄະນິກາຍ ມະຫາວັຄ ວ່າ ຜູ້ມີສີລຍ່ອມໄດ້ຮັບອານິສົງ 5 ປະການຄື:
1. ຍ່ອມໄດ້ຮັບໂພຄະຊັພໃຫຍ່ ເພາະຄວາມບໍ່ປະມາດເປັນເຫດ ( ດັ່ງທີ່ພຣະສົງສະແດງອານິສົງໃນ
ເວລາໃຫ້ສີລວ່າ ສີເລນະ ໂພຄະສັມປະທາ )
2. ກຽດຕິສັບອັນງາມຂອງຜູ້ມີສີລ ຍ່ອມຟຸ້ງຂະຈອນໄປໄກ.
3. ຜູ້ມີສີລເຂົ້າໄປສູ່ທີ່ແຫ່ງໃດ ຍ່ອມເຂົ້າໄປຢ່າງອົງອາດ ບໍ່ເກີ້ ບໍ່ເຂີນ
4. ຜູ້ມີສີລຍ່ອມບໍ່ຫລົງທຳກາລະ (ຄືບໍ່ຫລົງໃນເວລາຕາຍ)
5. ຜູ້ມີສີລຍ່ອມເຂົ້າເຖິງສຸຄະຕິໂລກສວັນ ( ສີເລນະ ສຸຄະຕິງ ຍັນຕິ)
ນອກນັ້ນພຣະພຸທອົງຍັງຊົງສະແດງໄວ້ດ້ວຍວ່າ ຜູ້ທີ່ຫວັງໄດ້ຮັບຄວາມຮັກໃຄ່ ສັລເສີນຈາກບັນດິດທັ້ງຫລາຍ ຄວນທຳສີລໃຫ້ບໍຣິບູນ.
ສີລເປັນທີ່ເພິ່ງຂອງຜູ້ປະພຶດ ພົມມະຈັນໃນພຣະສາສນາ ສີລເປັນສະເໝືອນນໍ້າທີ່ລ້າງມົນທິນ ຄືຄວາມຊົ່ວຂອງສັດທັ້ງຫລາຍ ອັນນໍ້າໃນແມ່ນໍ້າທັ້ງຫລາຍ ບໍ່ອາດຈະລ້າງໄດ້.
ສີລຍັງຮັກສາໃຫ້ສງົບເຢັນ ບໍ່ຮ້ອນຮຸ່ມດ້ວຍກິເລດ ກິ່ນໃດທີ່ຟຸ້ງໄປໄດ້ທັ້ງທວນລົມ ແລະຕາມລົມ ກິ່ນນັ້ນສເມີດ້ວຍກິ່ນສີລບໍ່ມີ ບັນໄດທີ່ຈະຂຶ້ນສູ່ສວັນແລະບັນລຸນິພພານ(ສີເລນະ ນິພພຸຕິງ ຍັນຕິ) ທີ່ຈະສເມີດ້ວຍບັນໄດ ຄື ສີລແມ່ນບໍ່ມີ.
ບຸກຄົນແມ້ຈະງົດງາມດ້ວຍເຄື່ອງປະດັບອັນມີຄ່າ ກໍຍັງບໍ່ງາມເທົ່າບຸກຄົນທີ່ມີສີລປະດັບກາຍ ວາຈາ ໃຈ ຜູ້ມີສີລຍ່ອມຕິຕຽນຕົວເອງບໍ່ໄດ້ ເມື່ອ ພິຈາຣະນາເຖິງຄວາມປະພຶດຂອງຕົນ ຍ່ອມເກີດປິຕິທຸກເມື່ອ ເພາະສີລມີອານິສົງມາກມາຍດັ່ງກ່າວ ສີລຈຶ່ງເປັນຮາກຖານແຫ່ງຄຸນຄວາມດີທັ້ງຫລາຍ ແລະ ກຳຈັດຄວາມຊົ່ວທັ້ງປວງ.