ຮີດ 12 ຄອງ 14 ປະເພນີລາວ

ຮີດ 12 ຄອງ14 ປະເພນີ ລາວ

       ຄຳ​ວ່າ​ຮີດ 12 ຄອງ 14 ທີ່​ພວກ​ເຮົາ​ໄດ້​ຍິນ​ຜູ້​ເຖົ້າ​ເພິ່ນ​ມັກ​ເວົ້າ ​ແຕ່​ຫລາຍ​ຄົນ​ອາດ​ຈະ​ຍັງ​ບໍ່​ທັນ​ຮູ້​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ມັນ.​ເຊິ່ງຄວາມໝາຍຂອງ​ຮີດ 12 ຄອງ 14 ມີ​ຢູ່​ວ່າ: ຮີດ​ ແປ​ວ່າ: ​ແບບຢ່າງ ​ຫລື​ ປະ​ເພນີ​ທີ່​ເຄີຍ​ປະພຶດສືບ​ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ​ ຈົນ​ເຖິງ​ປັດຈຸບັນ ​ທັງ​ພາສາ​ເວົ້າ ​ແລະ ​ພາສາ​ຂຽນ ​ເພິ່ນ​ນິຍົມ​ເວົ້າ​ ແລະ​ຂຽນ​ຄຳ​ວ່າ: ຮີດຄອງ​ປະ​ເພນີ (ຈາຮີດ​ນິຍົມ) ລວມ​ເຂົ້າກັນ​ເປັນ​ຄຳ​ດຽວ​ຄຳ​ວ່າ ຂະ​ນົບ​ທຳນຽມ ​ແປ​ເອົາ​ໃຈຄວາມ​ແລ້ວ​ກໍ​ແມ່ນ​ປະ​ເພນີ​ທີ່​ເຄີຍ​ປະຕິບັດ​ສືບ​ທອດ​ກັນ​ມານັ້ນ​ເອງ. ຮີດ ມາ​ຈາກ​ຄຳ​ບາ​ລີ​ທີ່​ວ່າ: ຈາ​ປິດ​ຕະ ​ເປັນ​ໄດ້​ທັງ​ຄຳ​ນາມ ​ແລະ ຄຳ​ກະລິຍາ ຮີດ12 ໝາຍ​ເຖິງ​ປະ​ເພນີ​ພິທີກຳ (ຫລື​ ການ​ເຮັດບຸນ​ປະຈຳ​ເດືອນ) ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ພາຍ​ໃນ 12​ເດືອນ ​ເພິ່ນ​ຈະ​ນັບ​ເອົາ​ຕາມ​ເດືອນ​ລາວ ​ບໍ່​ແມ່ນ​ເດືອ​ນສາກົນ ​ເປັນຕົ້ນ​ແມ່ນ:

1.    ​ເດືອນ​ຈຽງ: ຈະ​ມີ​ພິທີ​ລ້ຽງ​ຜີຟ້າ​ຜີ​ແຖນ ນິມົນ​ພະສົງ​ອົງ​ຄະ​ເຈົ້າ​ເຂົ້າປະລິວາດ​ຊະ​ກຳ.
2.    ​ເດືອນ​ຍີ່: ຈະ​ມີ​ພິທີ​ເຮັດບຸນ​ເຂົ້າຄູນ​ລານ (ບຸນ​ກິນ​ຈຽງ)​ ເຜົ່າ​ມົ້ງ, ບຸນ​ງະ ບຸນ​ລະ​ປືມ(ລາວ​ເທິງ​ພາກ​ໃຕ້) ບຸນ​ກະ​ເລີ (ລາວ​ເທິງ​ພາກ​ເໜືອ)
3.    ​ເດືອນ​ສາມ​ເພັງ: ເຮັດບຸນ​ເຂົ້າຈີ່ ບຸນ​ມາ​ຂະ​ບູຊາ ບຸນ​ວັດ​ພູ​ຈຳປາ​ສັກ
4.    ​ເດືອນ​ສີ່: ​ເຮັດບຸນ​ພະ​ເວດ ຫຼື ບຸນ​ມະຫາຊາດ
5.    ​ເດືອນ​ຫ້າ: ​ເຮັດບຸນ​ປີ​ໃໝ່ລາວ ຫຼື​ ບຸນ​ກຸດ​ສົງການ
6.    ​ເດືອນຫົກ: ​ເຮັດບຸນ​ວິສາຂະບູຊາ ​ແລະ ບຸນ​ບັ້ງ​ໄຟ
7.    ​ເດືອນ​ເຈັດ: ​ເຮັດບຸນ​ເບີກ​ຊຳລະ​ບ້ານ ​ແລະ ລ້ຽງ ປູ່ຕາ (ກຽມ​ເຮັດ​ໄຮ່​ເຮັດ​ນາ)
8.    ​ເດືອນ​ແປດ: ​ເຮັດບຸນ​ເຂົ້າພັນ​ສາ
9.    ​ເດືອນ​ເກົ້າ: ​ເຮັດບຸນ​ເຂົ້າປະດັບ​ດິນ
10.   ​ເດືອນ​ສິບ: ​ເຮັດບຸນ​ເຂົ້າສະຫຼາກ
11.   ​ເດືອນ​ສິບ​ເອັດ: ​ເຮັດບຸນ​ອອກ​ພັນ​ສາ
12.   ​ເດືອນ​ສິບ​ສອງ: ​ເຮັດບຸນ​ກະຖິນ ບຸນ​ພະທາດ​ຫຼວງ.

ວ່າ​ດ້ວຍ​ຄອງ 14 ​ແມ່ນ​ມີ​ຄື: ຄອງ14 ຢ່າງ ​ສຳລັບ​ຄົນ​ທົ່ວ​ໄປ ​ແລະ ​ຄອງ 14 ຢ່າງ ​ຂອງ​ພະ​ລາຊາ, ສຳ​ຄົນ​ຄົນ​ທົ່ວ​ໄປ​ແມ່ນ​ໜ້າ​ທີ່​ຂອງໝົດທຸກ​ຄົນ​ຈະ​ຕ້ອງ​ປະພຶດ​ປະຕິບັດ​ຕໍ່​ກັນ​ເຊັ່ນ: ຄູ່​ຜົວ ​ເມຍ ຊາວບ້ານ ຄອບຄົວ​ເຮືອນ​ຊານ ​ແລະ​ວັດວາອາ​ຮາມ​ສາສະໜາ ລາຍ​ລະ​ອຽດຄື​ລຸ່ມ​ນີ້:

1.    ​ເມື່ອພືດ​ໂພດ​ເຂົ້າກ້າໝາກ​ໄມ້​ເປັນ​ຮວງ​ເປັນໝາກມາ​ແລ້ວ ຕົນ​ຢ່າ​ຟ້າວ​ກິນ​ກ່ອນ​​ໃຫ້​ເອົາ​ທຳບຸນ​ໃຫ້​ທານ​ແກ່​ທ່ານ​ຜູ້​ມີ​ສິນ​ກິນ​ກ່ອນ ​ແລ້ວ​ຕົນ​ຈິ່ງ​ກິນ​ພາຍ​ລຸນ​ ແຕ່​ປັດຈຸບັນ​ບໍ່​ຄ່ອຍ​ປະຕິບັດ​ຕາມ​ແລ້ວ.
2.    ຢ່າ​ໂລບ​ລ່າຍ​ຕາຊິງ​ຕາ​ຍ່ອຍ​ ຢ່າ​ຈ່າຍ​ເງິນ​ແດງ ​ຢ່າ​ແປງ​ເງິນ​ຄວ່າງ ​ແລະ ຢ່າ​ກ່າວ​ຄຳ​ຫຍາບຊ້າກ້າ​ແຂງ​ໃສ່​ກັນ.
3.    ​ໃຫ້​ພ້ອມ​ພາກັນ​ເຮັດຮົ້ວຕ້າຍ ​ແລະ ​ກຳ​ແພງ​ອ້ອມ​ຮອບ​ວັດວາ​ອາ​ຮາມ ​ແລະ​ເຮື​ອນ​ແຫ່ງ​ຕົນ​ດ້ວຍ​ການ​ປຸກ​ຫໍ​ບູຊາ​ເທວະ​ດາ​ໃນ​ສີ່​ແຈ​ເຮືອນ
4.    ​ເມື່ອ​ຈະ​ຂຶ້ນ​ເຮືອນນັ້ນ​ໃຫ້​ຊ່ວຍ​ລ້າ​ຕີ​ນ​ເສຍ​ກ່ອນ​ແລ້ວ​ຈິ່ງ​ຂຶ້ນ.
5.    ​ເມືອ​ເຖິງ​ວັນ​ສິນ 7-8-14-15ຄໍ່າ​ ໃຫ້ສົມ​ມາ​ກ້ອນ​ເສົ້າ​ແມ່ຄີ​ໄຟ ​ແມ່ຂັ້ນ​ໄດ ​ແລະ ປະຕູ​ທີ່​ຕົນ​ໄດ້​ອາ​ໄສ​ຢູ່​ທຸກ​ເຊົ້າຄໍ່າວັນ​ຄືນ.
6.    ​ເມື່ອ​ຈະ​ເຂົ້ານອນ​ນັ້ນ​ໃຫ້​ເອົາ​ນ້ຳສ່ວຍ​ລ້າງ​ຕີນ​ຜົວ​ແຫ່ງ​ຕົນ​ເສຍ​ກ່ອນ​ແລ້ວ​ຈິ່ງ​ເຂົ້ານອນ ​ເຊິ່ງປັດຈຸບັນ​ບໍ່​ນິຍົມ​ໃຊ້​ແລ້ວ
7.    ​ເຖິງ​ວັນ​ສິນ​​ໃຫ້​ເອົາ​ດອກ​ໄມ້​ທູບ​ທຽນ​ສົມ​ມາ​ຜົວ​ແຫ່ງ​ຕົນ ພໍ່​ແມ່​ເຖົ້າ​ແກ່​ລຸງ​ຕາ​ຂອງ​ຕົນ ​ເຖິງ​ວັນ​ອຸ​ໂປ​ສົດ​ພະສົງ​ຂອງ ອົງຄະ​ເຈົ້າ​ ໃຫ້​ແຕ່ງ​ຂັນ​ດອກ​ໄມ້​ທູບ​ທຽນ​ໄປ​ເຄນ​ສັງຄະ​ເຈົ້າ
8.    ​ເຖິງ​ວັນ​ສິນ​ດັບ​ສີນ​ເພັງ​ມາ​ໃຫ້​ນິມົນ​ພະ​ສັງຄະ​ເຈົ້າມາ​ສູນ​ມຸງຄຸນ​ເຮືອນ ​ແລ້ວ​ທຳບຸນ​ໃສ່​ບາດ​ຖວາຍ​ທານ.
9.    ​ເມື່ອ​ພະສົງມາ​ບິນທະບາດ​ນັ້ນຢ່າ​ໃຫ້ເພິ່ນ​ຄອຍ​ຖ້າ​ເວລາ​ໃສ່​ບາດ​ກໍ​ຢ່າ​ໃຫ້​ຊູນ​ບາດ ຊູນ​ພິກຂຸ​ສາມະ​ເນນ ​ແລະ​ ຍາມ​ໃສ່ບາ​ດນັ້ນຢ່າ​ໄດ້​ໃສ່​ເກີບ ກັ້ງຄັນ​ຮົ່ມ​ ບໍ່​ເອົາ​ຜ້າ​ປົກ​ຫົວ ບໍ່​ອູ້ມລູກ​ຫຼານ ​ແລະ​ຖື​ສາດຕາ​ວຸດ​ຕ່າງໆ.
10.   ​ເມື່ອ​ພິກຂຸ​ເຂົ້າປະລິດວາສະ​ກຳ​ຊຳລະ​ເນື້ອຕົວ​ແລ້ວ​ເວລາ​ອອກ​ປະ​ລິ​ວາ​ສະ​ກຳ​ໃຫ້​ມີ​ຂັນ​ດອກ​ໄມ້​ທູບ​ທຽນ ​ແລະ​ເຄື່ອງ​ອັດທະ​ປະລິຂານ​ໄປ​ຖວາຍ.
11.   ​ເມື່ອ​ພິກຂຸ​ສັງຄະ​ເຈົ້າກາຍ​ມາ ​ໃຫ້​ນັ່ງ​ລົງ​ຍໍມື​ໄຫວ້​ກ່ອນ ​ແລ້ວ​ຈິ່ງ​ຄ່ອຍ​ເຈລະຈາ.
12.   ຢ່າ​ຢຽບ​ເງົາ​ເຈົ້າພິກ​ຂຸ​ສຳມະ​ເນນ.
13.   ຢ່າ​ເອົາ​ອາຫານ​ເງື່ອນ​ຂອງ​ຕົນ​ກິນ​ແລ້ວ​ໄປ​ທານ​ໃຫ້​ສັງຄະ​ເຈົ້າ ​ແລະ​ຢ່າ​ເອົາ​ໄວ້​ຄອຍ​ໃຫ້​ຜົວ​ກິນ.
14.   ຢ່າ​ເສບ​ກາມ​ມະ​ຄຸນ​ໃນ​ວັນ​ສິນ ວັນ​ເຂົ້າວັດ​ສາ ວັນ​ອອກວັດສາ ​ແລະ ​ວັນ​ມະຫາສົງ​ການ​ຂຶ້ນປີ​ໃໝ່.

ທັງໝົດ​ເຫຼົ່າ​ນັ້ນ​ແມ່ນ​ຮີດ 12 ຄອງ 14 ທີ່​ຄົນ​ລາວ​ເຮົາ​ນັບຖື​ມາ​ແຕ່​ດຶກ​ດຳ​ບັນ ຈົນ​ມາ​ຮອດ​ປັດຈຸ​ບັນ ​ໄດ້​​ເຄົາລົບ​ນັບຖື ​ແລະ ​ປະຕິບັດ​ໃຫ້​ຖືກ​ກັບ​ຮີດຄອງປະ​ເພນີອັນ​ດີງາມ​ຂອງ​ຊາດ​ຕະຫຼອດ​ມາ.

ບຸນກຸດສົງການ ປີໃໝ່ລາວ

Picture

ປູ່ເຍີຍ່າເຍີ
ບຸນ​ກຸດ​ສົງການ​ປີ​ໃໝ່ລາວ​ນີ້ ​ເພິ່ນ​ໄດ້ຈັດ​ຂຶ້ນ ​ໃນ​ກາງ​ເດືອນ ​ເມສາ ຂອງ​ທຸກ​ທຸກ​ປີ ຄື​ເລີ່​ມ​ແຕ່​ວັນ​ທີ 13-16 ​ເມສາ ສຳລັບ​ທີ່​ຫລວງ​ພຣະບາງ​ແລ້ວ ກ່ອນ​ຈະ​ເຖິງ​ປີ​ໃໝ່ລາວ​ຊາວບ້ານ​ໄດ້​ພາກັນ​ມ້ຽນ​ຂອງ​ຕ່າງໆ ປັດກວາດ ບ້ານ​ຊ່ອງ​ເຮືອນ​ຊານ​ໃຫ່ສະອາດ​ງາມ​ຕາ​ເພື່ອ​ຕ້ອນຮັບ​ປີ​ໃຫມ່,​ເພິ່ນ​ຈັດ​ງານ​ບຸນ​ດັ່ງກ່າວ​ແມ່ນ​ພາຍ​ໃນ​ສາມ​ວັນ​ຄື: ມື້ທຳ​ອິດ ​ແມ່ນ​ສັງຂານ​ລ່ອງ ມື້​ທີ່​ສອງ​​ແມ່ນ​ສັງຂານ​ເນົາ ​ແລະ ມື້​ທີ​ສາມ ​ແມ່​ສັງຂານ​ຂຶ້ນ. ຕອນ​ເຊົ້າຂອງ​ມື້ທຳ​ອິດ ​ແມ່ນ​ມີ​ການ​ໂລະ​ຕະຫລາດນັດ​ຢູ່​ເສັ້ນທາງ​ກາງ​ເມືອງ​ຫລວງ​ພຣະບາງ ,​ເມື່ອມາ​ເຖິງ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນ​ມີ​ການ​ລົງ​ຫຼິ້ນດອນ​ຊາຍ​ມຸງຄຸນ ທີ່​ບ້ານ​ຊຽງ​ແມນ ​ເມືອງ​ຈອມ​ເພັດຟາກ​ນ້ຳຂອງ​ເບື້ອງນັ້ນ ​ເພື່ອ​ຕົບ​ພະທາດ​ຊາຍ, ຫົດສົງ​ນ້ຳກັນ​ແລະ​ມີ​ການ​ບາສີ, ປ່ອຍ​ສັດ​ນ້ຳສັດ​ປີກ​,​ແລະ​ສັດ​ອື່ນໆຄືນ​ສູ່​ທຳ​ມະ​ຊາດ​ເພື່ອ​ເປັນ​ການ​​ໄຖ່​ຖອນ​ເອົາ​ຊີວິດ​ຂອງ​ຕົນ​ໃຫ້​ມີ​ຄວາມ​ສຸກ​ສະຫວັດດີ, ມີ​ອາຍຸ​ຍືນ​ຍາວ.ມື້​ທີ​ສອງ​ມີ​ການ​​ແຫ່​ນາງ​ສັງຂານ ປູ່​ເຍີ​ຍ່າ​ເຍີ ຈາກ​ວັດ​ທາດ​ນ້ອຍ​ໄປ​ວັດ​ຊຽງ​ທອງ ​ໃນ​ໂອກາດ​ນີ້​ເພິ່ນ​ມີ​ການ​ສົງ​ພະ​ເຈົ້າ ​ແລະ ພະສົງ​ເຈົ້າມ່ອມ ຫົດສົງ​ເຖົ້າ​ແກ່​ອາວຸດ​ໂສ.ການ​ເຮັດ​​ແນວ​ນີ້ກໍ​ເພື່ອ​ເປັນ​ການ​ລ້າງ​ສິ່ງ​ມົວໝອງບໍ່​ຈົບ​ຍບໍ່​ງາມ​ທັງຫຼາຍ​ອອກ​ຈາກ​ຮ່າງກາຍ.ຮອດ​ມື້ທີ່​ສາມ​ແມ່ນມື້ປີ​ໃໝ່ລາວ ​ແຕ່​ລະ​ຄອບຄົວ​ພາກັນ​ເຮັດບຸນ​ຕັກບາດ​ແລະ​ບາສີສູ່ຂວັນ​ເພື່ອ​ອວຍ​ໄຊ​ໃຫ້​ພອນ​ເຊິ່ງກັນ​ແລະ​ກັນ​ຫລັງ​ນັ້ນກໍ​ແຫ່​ນາງ​ສັງຂານ​ກັບ​ຈາກ​ວັດ​ຊຽງ​ທອງ​ເຖິງ​ວັດ​ທາດ​ນ້ອຍ​. ​ເວົ້າ​ເລື່ອ​ງນາງ​ສັງກໍ​ມີ​ຕຳນານ​ກ່າວ​ຂານ​ກັນ​ມາຕັ້ງນານຈາກ​ເລື່ອງ ກະບິນລະ​ພົມ ສ່ວນນາງ​ສັງຂານກໍ​ຄື​ລູກ​ສາວ​ຂອງ​ກະບິນລະ​ພົມ ມີ​ທັງໝົດ 7 ນາງ​ສາວ​ຕາມ​ແຕ່​ລະ​ວັນ​ຂອງ​ ໜຶ່ງ​ອາທິດມີ 7 ວັນ ​ແຕ່ລະ​ປີ​ນາງ​ສາວ​ທັງ 7 ພັດ​ປ່ຽນ​ກັນ​ເອົາ ຫົວ ຂອງ​ຜູ້​ເປັນ​ພໍ່​ ໄປ​ຫົດສົງ​ ໂດຍ​ການ​ຂີ່ ພາຫະນະ ທີ​ເປັນ​ສັດ ຂອງ​ໃຜ​ມັນ​ໄປ​ຫົດສົງຄື:
–        ນາງ ທຸງສະເທວີ            ວັນອາທິດ     ພາຫະນະ     ຂີ່ ຄຸດ
–        ນາງ ໂຄລະຄະເທວີ         ວັນຈັນ       ພາຫະນະ     ຂີ່ ເສືອໂຄ່ງ
–        ນາງ ຮາກສະເທວີ           ວັນອັງຄານ    ພາຫະນະ     ຂີ່ ໝູ
–        ນາງ ມົນທາເທວີ            ວັນພຸດ       ພາຫະນະ     ຂີ່ ມ້າ (ລໍ)
–        ນາງ ກີລີນີເທວີ             ວັນພະຫັດ    ພາຫະນະ     ຂີ່ ຊ້າງ
–        ນາງ ກິມີທາເທວີ            ວັນສຸກ       ພາຫະນະ     ຂີ່ ຄວາຍ
–        ນາງ ມະໂຫທອນ ເທວີ       ວັນເສົາ       ພາຫະນະ     ຂີ່ ນົກຍຸງ

ບຸນມາຄະບູຊາ

Picture

ບຸນ​ມາຄະ​ບູຊາ: ​ແມ່​ບຸນ​ລະນຶກ​ເຖິງ​ພະພຸດທະ​ເຈົ້າ​ປົງສັງຂານ​ຄື​ຕັດ​ບອກ​ວ່າ​ພະ​ອົງ​ຈະ​ນິບພານ ​ໃນ​ເດືອນ 6 ​ເພັງ​ຂ້າງໜ້າ ທັງ​ເປັນ​ມື້ບັງ​ເອີນ​ທີ່​ພະ​ອໍລະຫັນ​ລູກສິດ​ຂອງ​ພະ​ອົງ​ເອງ 1,250 ອົງ ມາ​ປະຊຸມ​ກັນ ​ໂດຍ​ບໍ່​ໄດ້​ນັດໝາຍກັນ​ມາ​ກ່ອນ.​ໃນ​ໂອກາດ​ນີ້​ພະພຸດທະ​ເຈົ້າ ​ໄດ້​ຊົງ​ເທດ​ສະໜາ ພຣະທັມ​ສຳຄັນ​ທີ່​ສຸດ​​ແກ່​ພຣະອໍຣະຫັນ​ເຫລົ່ານັ້ນ ພຮະ​ທຳ​ນີ້​ເອີ້ນ​ວ່າ ​ໂອວາດ​ທະ​ປະຕິ​ໂມກ (ລະບຽບ​ວິ​​ໄນ​ພຣະສົງ).​ໃນ​ວັນ​ດຽວກັນນັ້ນພຣະອົງ​ໄດ້​ປົງ​ອາຍຸ​ສັງຂານ (ຄືບ​ອກ​ໃຫ້​ຮູ້​ກຳນົດ​ມື້ຈະ​ຕາຍ)​ ເພາະວ່າ​ພຣະອົງ​ມີ​ອາຍຸ​ແກ່ ຮ່າງກາຍ​ຊຸດ​ໂຊມ​ເຈັບ​ປ່ວຍ​ລົງ​ແລ້ວ. ພວກ​ເຮົາ​ພາກັນ​ເອີ້ນມື້​ເພັງ​ເດືອນ​ສາມ​ນີ້ວ່າ ວັນ​ມາຄະ​ບູຊາ(ວັນ​ເຂົ້າຈີ່) ​ເມື່ອ​ເຖິງ​ວັນ​ເພັງ​ເດືອນ​ສາມ​ທຸກ​ປີ​ພວກ​ຊາວບ້ານ​ທັງຫລາຍ​ກໍ​ຈັດ​ຫາ​ເຄື່ອງ​ສັກກະ​ລະ​ບູຊາ ມີ ດ​ອກ​ໄມ້​ທູບ​ທຽນ​ພາກັນ​ໄປ​ເຮັດບຸນ​ທີ່​ວັດ ​ໃນ​ຕອນ​ເຊົ້າກໍ່​ມີ​ການ​ຮັບ​ສິນ​ ແລະ​ ຕັກບາດ ບາງ​ທ້ອງ​ຖິ່ນ​ສ່ວo​ໃຫຍ່​ແລ້ວ​ເຮັດ​ເຂົ້າຈີ່​ເພື່ອ​ໄປ​​ໃສ່ບາດ​ໃຫ້​ທານ​ແກ່ພະສົງ ​ເມື່ອ​ພະສົງ​ສັນ​ຈັ່ງ​ຫັນ​ແລ້ວ​ພວກ​ເພິ່ນ​ກໍ​ຟັງ​ເທດ​ຕໍ່​ໄປ​ໃນ​ຕອນ​ຄໍ່າພະສົງ​ພ້ອມ​ປະຊາຊົນ​ຊາວບ້ານ​ກໍ​ພາກັນ​ວຽນ ທຽນອ້ອມ​ສິມ​ຂອງ​ວັດ ຕາມ​ທ້ອງ​ຖິ່ນ​ຂອງ​ໃຜ​ມັນ.


ບຸນຫໍ່ເຂົ້າສະລາກ

Picture

ບຸນ​ຫໍ່​ເຂົ້າສະ​ລາກ: ​ແມ່ນ​ບຸນ​ອຸທິດ​ສົ່ງ​ຜົນ​ບຸນ​ໄປ​ຫາ​ຍາດ​ພີ່ນ້ອງ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ ດັ່ງ​ດຽວ​ກັບ​ບຸນ​ຫໍ່​ເຂົ້າປະດັບ​ດິນ​ແຕ່​ວ່າ​ມີ​ວິທີ​ເຮັດ​ຕ່າງ​ກັນ. ຕາມ​ປະ​ເພນີ​ຂອງ​ລາວ​ເຮົາ​ເພິ່ນ​ເຮັດບຸນ​ຫໍ່​ເຂົ້າສະ​ລາກ​ໃນ​ມື້​ເພັງ ​ເດືອນ10 ທຸກໆປີ. ​ເມື່ອ​ຮອດ​ວັນນີ້ ​ເຖົ້າ​ແກ່​ຊາວບ້ານ​ພາກັນ​ຈັດ​ເອົາ​ເຂົ້ານ້ຳອາຫານ​ແລະ​ເຄື່ອງທານ​ຕ່າງໆມີດ​ອກ​ໄມ້​ທູບ​ທຽນ ກວຍ​ເຂົ້າສະ​ລາກ ​ແລະ​ ພາ​ເຂົ້າທິບ​ໄປ​ໂຮ​ກັນ​ຢູ່​ທີ​ວັດ . ​ເມື່ອຊາວບ້ານ​ມາ​ໂຮມ​ກັນໝົດ​ແລ້ວ​ເພິ່ນ​ກໍ່​ເກັບ​ເອົາ​ສະ​ລາກ​ອອກ​ຈາກ​ກວຍຂອງ​ແຕ່ລະຄົນ​ໃສ່​ໃນ​ບາດ​ໄວ້ ​ເມື່ອ​ພະສົງ​ສາມະ​ເນນ​ອົງ​ໃດ ຈັບ​ສະ​ລາກ​ຖືກ​ຊື່​ຜູ້​​ໃດ​ນັ້ນກໍ​ຖວາຍ​ອາຫານ​ແລະ​ສິ່ງ​ຂອງ​ຕ່າງໆ​ໃຫ້​ແກ່​ພະສົງ​ສາມະ​ເນນ​ອົງ​ນັ້ນ.ຕໍ່​ມາ​ພະສົງ​ກໍ​ໃຫ້​ພອນ ພ້ອມ​ກັນນັ້ນຊາວບ້ານ​ກໍ​ພາກັນ​ຢາດ​ນ້ຳອຸທິດ​ສົ່ງ​ຜົນ​ບຸນ​ໄປ​ຫາ​ຍາດ​ພີ່ນ້ອງ​ຜູ້​ຕາຍ​ໄປ.ຫຼັງ​ຈາກ​ສັນຈັ່ງຫັນ​ແລ້ວ ພະສົງ​ກໍ​ເທດ​ສະຫລອງ​ໃນ​ການ​ໃຫ້​ທານ​ແກ່​ຊາວບ້ານ.

ບຸນຄູນເຂົ້າ

ເປັນບຸນມະຫາຊົນຫລັງຈາກລະດູເກັບກ່ຽວເອົາເຂົ້າຂຶ້ນເລົ້າແລ້ວ ຊາວນາໄດ້ຈັດ ພິທີ່ ເຮັດ ບຸນຄູນເຂົ້າ ສູ່ຂວັນເຂົ້າຢ່າງມະໂຫລານ.ບຸນຄູນເຂົ້າໝາຍຄວາມວ່າຂໍ ໃຫ້ຄູນຂຶ້ນໄປ ເລື້ອຍໆ ໃນປີຕໍ່ໄປ.ໃນໂອກາດນີ້ໄດ້ນິມົນພະມາສູດແລະເຕົ້າໂຮມຍາດຕິພີ່ນ້ອງ ໝູ່ເພື່ອນທີ່ໄດ້ ໃຫ້ ການ ຊ່ວຍເຫລືອເພາະສະໄໝກ່ອນບໍ່ມີການຈ້າງແຮງງານ ມີແຕ່ການແລກປ່ຽນແຮງງານ ກັນຫລືເອີ້ນວ່າ ເຮັດນາວານ ເພື່ອຊົມເຊີຍຜົນເກັບກ່ຽວທີ່ພວກເຮົາໄດ້ເອົາ ຫລັງສູ້ຟ້າໜ້າ ສູ້ຝົນລຳບາກກາກກໍ່າ ມາພໍສົມຄວນເພິ່ນຈິ່ງຕີລາຄາວ່າ ສິບເມັດເຂົ້າເທົ່າ ເກົ້າ ເມັດເຫື່ອຂອງ ຊາວນາ ສະນັ້ນພວກເຮົາຕ້ອງ ຖະໜອມຫອມຮັກເຂົ້າ ຜູ້ໃດຈົກເຂົ້າອອກຈາກຕິບມາແລ້ວ ຕ້ອງກິນໃຫ້ໝົດຖ້າຜູ້ໃດເອົາ ຖິ້ມຈະ ມີບາບ ເພາະເຂົ້າເປັນອາຫານຫລັກໃນການ ລ້ຽງຊີບ ຂອງມະນຸດ


ບຸນຫໍ່ເຂົ້າປະດັບດິນ

Picture

      ບຸນເພິ່ນໄດ້ມີການຈັດຂຶ້ນໃນມື້ແຮມ 15 ເດືອນ 9 ລາວ ຂອງທຸກໆປີ. ຕອນເຊົ້າ ແມ່ນ ໄດ້   ມີ ການ ຕັກປາດ ຖວາຍສັງ ຄະທານ ຕ່າງໆ (ພິທີທາງພຸດທະ ສາສະໜາ) ອອກ ຕົນຍາດໂຍມ ປະຊາຊົນຊາວເມືອງຫລວງ ພຣະ ບາງທຸກຄົນເຖົ້າແກ່ອາວຸໂສ ນ້ອຍໜຸ່ມຍິງ ສາວ ຕ່າງ ກໍ່ ພາ ກັນສ້າງບຸນຮັບສິນກິນທານ ເຮັດເຂົ້າຕົ້ມເຂົ້າ ໜົມ ແລະ ພາເຂົ້າມາຢາດນ້ຳສົ່ງ ບຸນກຸ ສົນ ໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບມາໂຈມເອົາ ແລະ ອວຍໄຊໃຫ້ພອນແກ່ເຂົາ ເຈົ້າຈົ່ງ ປະ ສົບແຕ່ຄວາມສຸກສະຫວັດດີ. ມາຮອດຕອນບ່າຍ ຂອງ ວັນດຽວກັນ ກໍມີການ ແຂ່ງ ຂັນເຮືອ ຊ່ວງ ຢູ່ທີ່ຍື່ງຄານ. ກ່ອນໜ້າທີ່ເພິ່ນຈະມີການແຂ່ງຂັນ ເຮືອຊ່ວງ ເພິ່ນອກໍໄດ້ ມີການຫ້າງ ຫາ ກະກຽມແລະສ້ອມແປງເຮືອ ຂອງທ້ອງຖິ່ນຕົນ,ເວລາ ຈະເອົາລົງກໍມີການ ຄົບງັນແລະສູດທຳ ພິທີ ທາງພຸດທະສາສະໜາ.ເມືອຮອດມື້ແຂ່ງ ກໍໄດ້ເຮັດ ຂັນດອກໄມ້ທູບ ທຽນ ເພື່ອໄປໄຫວ້ ເທພາອາຮັກຕາມສາຍຕ່າງໂດຍສະເພາະແມ່ນປາກແມ່ ນ້ຳຄານ ແລະສັກ ສັກສິດທີ່ສະ ທິດຢູ່ ຕາມສາຍນ້ຳຄານເພື່ອຂໍຄວາມຊ່ວຍເຫລືອຈາກສິ່ງສັກສິດ ມາຄ້ຳຊູຍູ້ໜູນ ໃຫ້ເຮືອຂອງຕົນ ເອງ ໄດ້ຮັບໄຊຊະນະຈາກຄູ່ແຂ່ງຂອງເຮືອລຳອື່ນໆ.

ບຸນວິສາຄະບູຊາ

Picture

ບຸນ​ວິ​ສາຄະ​ບູຊາ: ​ແມ່ນ​ບຸນ​ລະນຶກ​ເຖິງວັນ​ທີ່​ພຣະພຸດທະ​ເຈົ້າ​ໄດ້​ປະສູດ, ຕັດສະຣູ້, ​ແລະ​ປະຣິນິພານ.​ເພິ່ນ​ເຮັດບຸນ​ວິ​ສາຄະ​ບູຊາ​ໃນ​ມື້​ເດືອນ 6 ​ເພັງ. ນັບ​ວ່າ​ເປັນ​ໜ້າ​ອັດສະຈັນ​ທີ່​ພຣະພຸດທະ​ເຈົ້າ​ໄດ້​ປະສູດ ຕັດສະຣູ້​ແລະ​ປະຣິນິພາບ​ໃນ​ມື້​ເພັງ​ເດືອນ 6 ​ໃນ​ວັນ​ດຽວ​ກັນ​ທັງ​ສາມ​ປະການ. ​ເມື່ອ​ເຖິງ ​​ເດືອນ 6​ເພັງ​ທຸກໆປີ​ຊາວບ້ານ​ກໍ່​ພາກັນ​ນຳ​ເຄື່ອງ​ສັກກະ​ລະ​ບູຊາ​ມີດ​ອກ​ໄມ້​ທູບ​ທຽນ​ພາກັນ​ໄປ​ໂຮມ​ທຳບຸນ​ຢູ່​ວັດ ພຣະສົງ​ຢູ່​ວັດ​ເປັນ​ຜູ້​ນຳພາ​ຊາວບ້ານ​ທຳບຸນ​ຮັກສາ​ສິນ​ໃນ​ຕອນ​ຄໍ່າ​ກໍ​ມີ​ການ​ວຽນທຽນອ້ອມ​ສິມ. ​ໃນ​ວັນ​ວິ​ສາຄະ​ບູຊາ​ນີ້ຕາມ​ປະ​ເພນີ​ແລ້ວ ຢູ່​ຕາມ​ບາງ​ເຂ​ດ​ແຂວງ​ຈະ​ມີ​ການ​ເຮັດບຸນ​ບັ້ງ​ໄຟກັນ​ຢ່າງ​ຄຶກຄື້ນມ່ວນ​ຊື່ນ​ໃນ​ມື້ ​ແຮມ1​ຄໍ່າ​ເດືອນ 6 ຂອງ​ທຸກໆປີ.


ບຸນເຂົ້າພັນສາ

Picture

ບຸນ​ເຂົ້າພັນ​ສາ: ​ແມ່ນ​ບຸນ​ທີ​ເຮົາ​ເຄີຍ​ປະຕິບັດ​ກັນ​ມາ​ໃນ​ທຸກໆປີ ຄື​ມື້ອອກ​ໃໝ່ 15 ຄໍ່າ ​ເດືອນ 8. ​ເປັນ​ວັນ​ທີ່​ພຣະພຸດທະ​ເຈົ້າບັນຍັດ​ໃຫ້​ພຣະສົງ​ເຊົາ​ການ​ເດີນທາງ​ໃນ​ການ​ສັ່ງສອນ​ທຳ ​ເພາະ​ເປັນ​ຊ່ວງ​ໄລຍະ​ລະດູຝົນ. ຍ້ອນ​ວ່າ :​ໃນ​ລະດູຝົນ​ໄດ້​ຮັບ​ຄວາມ​ລຳບາກ​ໃນ​ການ​ເດີນທາງ​ຈົນ​ເຖິງ​ເຈັບ​ປ່ວຍ. ​ໃນ​ລະດູ ຝົນ​ຊາວບ້ານ​ໄດ້​ເຮັດ​ນາ​ເຮັດ​ສວນ​ຢ້ານ​ວ່າ​ພະສົງ​ອາດ​ຈະ​ໄປ​ຢຽບ​ຢໍ່າ​ພືດ​ຜົນ​ຂອງ​ຊາວບ້ານ​ໃຫ້​ເສຍ​ຫາຍ. ດັ່ງນັ້ນ ພຣະພຸດທະ​ເຈົ້າຈິ່ງ​ກຳນົດ​ໃຫ້​ພະສົງ​ຢູ່ວັດ​ຈົນ​ຕະຫລອດ​ລະດູຝົນ​ໃນ​ໄລຍະ​ນີ້​ເພິ່ນ​ເອີ້ນ​ວ່າ ຈຳ​ພັນ​ສາ ຫລື ​ເຂົ້າພັນ​ສາ. ສ່ວນ​ຊາວບ້ານ​ກໍ​ພາກັນ​ໄປ​ທຳບຸນ​ທີ່​ວັດ​ມີ​ການ​ຖວາຍ​ດອກ​ໄມ້​ທູບ​ທຽນ ​ແລະ ​ຜ້ານ້ຳຝົນ​ແກ່​ພຣະສົງ​ຜູ້​ທີ່​ຈະ​ຈຳ​ພັນ​ສາ.


ບຸນອອກພັນສາ

Picture

ບຸນ​ອອກ​ພັນ​ສາ: ມື້​ອອກ​ໃໝ່ 15 ​ເດືອນ 11 ​ເປັນ​ມື້ທີ່​ພະສົງ​ໄດ້​ຈຳ​ພັນ​ສາ​ຄົບ​ສາມ​ເດືອນ​ພໍດີ ພະສົງ​ຈິ່ງ​ເດີນທາງ​ໄປ​ນອນ​ຄ້າ​ງ ຄືນ​ຢູ່​ວັດ​ໃດ​ກໍ​ໄດ້. ຕອນ​ເຊົ້າກໍ​ມີ​ການ​ທຳບຸນ​ຕັກບາດ​ຢາດ​ນ້ຳ​ໃຫ້​ທານ.ຕອນ​ຄໍ່າ​ກໍ​ມີ​ການ​ວຽນທຽນ​ແລະ​ໄຕ້​ທຽນ​ບູຊາ​ຕາມ​ບ້ານ​ເຮືອນ​ຂອງ​ໃຜລາວ.ວັນ​ຕໍ່​ມາ ກໍ​ແມ່ນ​ວັນ​ລອຍກະ​ໂທ​ງ​ໄຫຼ​ເຮືອ​ໄຟ ພ້ອມ​ກັນ​ຕີ​ຄ້ອງ​ຕີ​ກອງ​ເສບ​ງັນ​ຢ່າງ​ຄຶກຄື້ນ​ແລະ​ມ່ວນ​ຊື່ນ.ນອກ​ນັ້ນຢູ່​ຕາມ​ບາງ​ເຂດ​ແຂວງ​ກໍ​ມີ​ການ​ຊ່ວງ​ເຮືອ​ອີກ.ນັບ​​ແຕ່​ມື້​ອອກ​ພັນ​ສາ​ຮອດ​ເຂດ​ເດືອນ 12 ​ເພັງ ປະຊາຊົນ​ຜູ​້ມີ​ໃຈ​ໃສ​ສັດທາ​ໃນ​ພຸດທະ​ສາສະໜາ​ໄດ້​ນຳ​ຜ້າ​ມະຫາ​ກະຖິນ ​ໄປ​ຖວາຍ​​ແກ່​ພະສົງ​ຜູ້​ຈຳ​ພັນ​ສາ​ຄົບ​ໄຕ​ມາດ​ ຊ່ວງ​ເວລາ​ສາມ​ເດືອນ​ນັ້ນ​ເອງ.
                  
ບຸນພຣະເວດເປັນເດືອນທີ່ປວງຊົນທັງຊາດຈັດຕັ້ງບຸນພະເວດຫລືບຸນມະຫາຊາດ ບຸນປາງນິີ້ມີຮູບການຈັດ ຕັ້ງ ຄື ບຸນທາງສາສະໜາທົ່ວໄປ ແຕ່ມີຈຸດພິເສດບ່ອນວ່າພະສົງໄດ້ພັດປ່ຽນກັນຂຶ້ນເທດ ນິ ທານເລື່ອງ ທ້າວ ພຣະເວດສັນດອນ ເປັນເວລາ 24 ຊົ່ວໂມງຈິ່ງຈົບສັນຕະຣະເວດຊາດົກ ເປັນ ຊາດໜຶ່ງ ໃນຊາດ ສຸດທ້າຍທີ່ພະອົງຈະເກີດມາເປັນເຈົ້າຊາຍ ສິດທັດທະ ເມື່ອອາຍຸໄດ້ 29ປີ ໄດ້ ສະຫລະບັນ ລັງ ອອກ ບວດ ຊອກຫາວິທີພົ້ນທຸກອອກຈາກທາງກາຍແລະໃຈຂອງມວນມະນຸດ ແລະໄດ້ບັນລຸເຖິງເປົ້າໝາຍ ຫລັງຈາກຄວາມພຽນໃນໄລຍະ 6ປີ . ການຟັງທັມມະເທດ ສະໜາ ຂອງ ພະເວດສັນດອນນີ້ ຕາມ ປະເພນີແລ້ວຕ້ອງເຮັດທຸກທຸກວັດເພາະເປັນຕອນສຳຄັນຕອນ ທີ່ ເປັນ ແບບຢ່າງອັນດີໃຫ້ແກ່ຊາວ ພຸດຄືການຄັດເກົາກິເລດຕັນຫາໃຫ້ມີຈິດໃຈເອື້ອເຟື້ອ ເພື່ອ ແພ່ບໍ່ເຫັນແກ່ໂຕ ບູຮານມັກເວົ້າວ່າ: ໃຫ້ເຮັດໃຈດີຄືພະເວດ ແມ່ນສ້າງຄວາມສາມັກຄີຮັກ ແພງກັນລະຫວ່າງບ້ານກັບບ້ານ.