ຮີດ 12 ຄອງ14 ປະເພນີ ລາວ ຄຳວ່າຮີດ 12 ຄອງ 14 ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ.ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ: 1. ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ. 2. ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ […]
Author Archives: admin
ນຳມາພິມໃໝ່ ຈາກປຶ້ມຂນົບທັມນຽມລາວ ຮີດສິບສອງແລະຄອງສິບສີ່ ໂດຍ ຄຳບາງ ຈັນນີຍາວົງ ຊຸດຣາຊບັນດິດລາວ ພ.ສ 2517 ( 10 ມິຖຸນາ 1974) ເປັນສ່ວນນຶ່ງຂອງປະເພນີລາວທີ່ໄດ້ປະຕິບັດກັນມາແຕ່ຊ້ານານ ແລະຢາກຈະເກັບສິ່ງດີໆນີ້ໄວ້ໃຫ້ນານເທົ່ານານ, ແຕ່ດ້ວຍວ່າໃນປັດຈຸບັນນີ້ເປັນຍຸກສມັຍໃໝ່ທີ່ ຈະເຣີນໄປດ້ວຍວັດຖຸ,ວິທຍາສາດແລະເທັກໂນໂລຈີ ຊຶ່ງຄົນຮຸ່ນຫລັງອາດຈະມີການປະຕິບັດຕ່າງໄປຈາກເດືມ.ຮີດສິບສອງ ຄຳວ່າ ຮີດ ມາຈາກພາສາບາລີ ຈາຣິຕຕະ ແປວ່າທັມນຽມແບບແຜນ ຂໍ້ປະພຶິດປະຕິບັດອັນຈົບງາມ ຫລື ປະເພນີສິ່ງທີ່ປະຕິບັດສືບຕໍ່ກັນມາ ຄຳວ່າ ສິບສອງ ໝາຍເຖິງເດືອນທັງສິບສອງເດືອນໃນປີນຶ່ງ ຄືນັບແຕ່ເດືອນຈຽງ (1) ເປັນຕົ້ນປີ ຈົນເຖິງເດືອນສິບສອງເປັນທ້າຍປີ, ເມື່ອຄຳທັງສອງ ມາຕໍ່ເຂົ້າກັນຈຶ່ງເປັນ ຮີດສິບສອງ ມີດັ່ງຕໍ່ໄປນີ້: 1.ເດືອນຈຽງບຸນເຂົ້າກັມ ບຸນເຂົ້າກັມ ຄຳວ່າ ກັມ ໄດ້ແກ່ການກະທຳ ເປັນກັມດີກໍມີ ເປັນກັມຊົ່ວກໍມີ ເຊັ່ນວ່າ ບຸນເປັນກັມດີ ບາບເປັນກັມຊົ່ວ. ຄຳວ່າເຂົ້າ ໄດ້ແກ່ເຂົ້າໄປຢູ່ໃນຂອບເຂດຈຳກັດ ເພື່ອໃຫ້ທໍຣະມານຮ່າງກາຍ ແລະຈິດໃຈໃຫ້ຫາຍຈາກກັມທີ່ຕົນກະທຳ, ອີກຢ່າງນຶ່ງ ຍິງອອກລູກ ແລ້ວຢູ່ໄຟຮຽກວ່າຢູ່ກຳ ຄືເອົາຕົວຂາງໄຟ […]
ສີລ ສິບ ຄຳອາຣາທະນາສີລສິບ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ທະສະ ສີລານິ ຍາຈາມະ ທຸຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ທະສະ ສີລານິ ຍາຈາມະ ຕະຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ທະສະ ສີລານິ ຍາຈາມະ ເຖິງພຣະຣັຕນະໄຕຣ ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ສາມຈົບ) ພຸທທັງ ສະຣະນັງ ຄັສສາມິ ທັມມັງ ສະຣະນັງ ຄັສສາມິ ສັງຄັງ ສະຣະນັງ ຄັສສາມິ ທຸຕິ ຍັມປິ ພຸທທັງ ສະຣະນັງ ຄັສສາມິ ທຸຕິ ທັມປິ ທັມມັງ […]
ສີລ ແປດ ຄຳອາຣາທະນາສີລແປດ ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖະ ສີລານິ ຍາຈາມະ ທຸຕິຍັມປິ ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖະ ສີລານິ ຍາຈາມະ ຕະຕິຍັມປິ ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖະ ສີລານິ ຍາຈາມະ ຄຳອາຣາທະນາສີລອຸໂບສົດ ມະຍັງພັນເຕ ຕິສະຣະເນນະ ສະຫະ ອັຕຖັງຄະສະມັນນາຄະຕັງ ອຸໂປສະຖັງ ຍາຈາມະ ທຸຕິຍັມປິ ມະຍັງພັນເຕ ຕິສະຣະເນນະ ສະຫະ ອັຕຖັງຄະສະມັນນາຄະຕັງ ອຸໂປສະຖັງ ຍາຈາມະ ຕະຕິຍັມປິ ມະຍັງພັນເຕ ຕິສະຣະເນນະ ສະຫະ ອັຕຖັງຄະສະມັນນາຄະຕັງ ອຸໂປສະຖັງ ຍາຈາມະ (ສະມາທານຄົນດຽວ ປ່ຽນຄຳວ່າ ມະຍັງ ເປັນ ອະຫັງ ແລະ ຍາຈາມະ ເປັນ ຍາຈາມິ) ເຖິງພຣະຣັຕນະໄຕຣ ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ສາມຈົບ) […]
ສີລ ຫ້າ ຄຳອາຣາທະນາສີລຫ້າ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ ທຸຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ ຕະຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ ເຖິງພຣະຣັຕນະໄຕຣ ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ສາມຈົບ) ພຸທທັງ ສະຣະນັງ ຄັສສາມິ , ທັມມັງ ສະຣະນັງ ຄັສສາມິ , ສັງຄັງ ສະຣະນັງ ຄັສສາມິ ທຸຕິ ຍັມປິ ພຸທທັງ ສະຣະນັງ […]
ສິນ ຫຼື ສີລ ຄືຫຍັງ? ຄື ຂໍ້ປະຕິບັດຂັ້ນພື້ນຖານ ຂອງມວນມະນຸດ ໃນທາງພຣະພຸດທະສາສະນາເພື່ອຄວບຄຸມຄວາມປະພຶດທາງກາຍ ແລະ ວາຈາ ໃຫ້ຕັ້ງຢູ່ໃນຄວາມດີງາມມີຄວາມເປັນປົກກະຕິສຸກ ໂດຍມີ ຫຼັກສິນ 5 ເປັນພຶ້ນຖານ ເຊິ່ງເຮັດໃຫ້ເກີດຄວາມສະຫງົບສຸກ ແລະ ບໍ່ມີການບຽດບຽນເຊິ່ງກັນ ແລະ ກັນໃນສັງຄົມ. ສິນ ຫຼື ສີລ ມີປະໂຫຍດຫຍັງ? ປະໂຫຍດຂອງສິນໃນຂັ້ນພື້ນຖານ ຄື ເຮັດໃຫ້ກາຍ ວາຈາ ໃຈ ສະຫງົບບໍ່ບຽດບຽນຕົນເອງ ແລະ ຜູ້ອື່ນ ເຮັດໃຫ້ສາມາດທີ່ຈະທໍາໃຫ້ຈິດສະຫງົບໄດ້ງ່າຍໃນການທໍາສະມາທິ ໃນລະດັບຂອງບັນພຣະຊິດ ສີນຈະມີຈໍານວນຫຼາຍເພື່ອກໍາກັບໃຫ້ພຣະພິກຂຸສົງຄ໌ ສາມະເນນ ສາມາດຄອງຕົນໃນສະມະນະພາວະໄດ້ຢ່າງສົມບູນ ແລະ ເອື້ອຕໍ່ການປະພຶດພຣົມມະຈັນໃນຂັ້ນສູງຕໍ່ໄປໄດ້. ສິນ ຫຼື ສີລ ມີຄວາມໝາຍແນວໃດ? ຄວາມໝາຍຂອງສີນນັ້ນແປໄດ້ຫຼາຍຄວາມໝາຍ ໂດຍສັບແປວ່າ ຄວາມປົກກະຕິກາຍວາຈາ ກ່າວຄື ຄວາມປົກກະຕິຕາມລະບຽບວິນັຍ, ປົກກະຕິມາລະຍາດທີ່ສະອາດປາສະຈາກໂທດ, ຂໍ້ປະຕິບັດໃນການເວັ້ນ ຈາກຄວາມຊົ່ວ, ຂໍ້ປະຕິບັດໃນການເຝິກຫັດກາຍວາຈາໃຫ້ດີຍິ່ງຂື້ນ, ຄວາມສຸຈະຣິດທາງກາຍວາຈາ ແລະ ອາຊີບ. ສິນ ຫຼື ສີລ ມີຈັກປະເພດ? ໂດຍປະເພດສິນຈັດເປັນ 5 ປະເພດ: 1. ສິນ 5 ຫຼືເບນຈະສິນ ເປັນສິນສໍາລັບຜູ້ຄອງເຮືອນທົ່ວໄປ ແລະເປັນສິນຂັ້ນພຶ້ນຖານຂອງສິນທັງ ປ່ວງ ບໍ່ວ່າຈະເປັນສິນຂອງພໍ່ຂາວແມ່ຂາວ ສິນຂອງສາມະເນນຫຼືສີນຂອງພຣະພິກຂຸ ລ້ວນຕ້ອງຕັ້ງຢູ່ບົນພຶ້ນຖານຂອງສິນ5 2. ສິນ8 ເປັນສິນທີ່ມີພຶ້ນຖານມາຈາກສິນ5 ເປັນສິນສໍາລັບຝຶກ ຕົນຂອງຜູ້ມີສັດທາ ເຊັ່ນພໍ່ຂາວແມ່ຂາວ 3. ສິນ 10 ຫຼືທະສະສິນ ເປັນສິນສໍາລັບສາມະເນນ ເພື່ອຕຽມເປັນພຣະພິກຂຸ ເມື່ອອາຍຸຄົບຊາວປີ ແລ້ວຈິງອຸປະສົມບົດຕາມພຣະວິໄນກຳນົດ 4. ສິນ 227 ຫຼືພິກຂຸວິໄນ ເປັນສິນສຳລັບພິກຂຸຜູ້ຊາຍ ເປັນພຣະວິໄນບັນຍັດໃນສ່ວນທີ່ເປັນກົດເກນ ຂໍ້ຫ້າມສຳລັບບຸລຸດ ຜູ້ອຸປະສົມບົດເປັນພຣະພິກຂຸ ໃນພຸດທະສາສະໜາ ທີ່ຕ້ອງຮັກສາຢ່າງເຄັ່ງຄັດ 5. ສິນ 311 ຫຼືພິກຂຸນີວິໄນ ເປັນສິນຂອງພຣະພິກຂຸຜູ້ຍິງ ເປັນພຣະວິໄນບັນຍັດໃນສ່ວນທີ່ເປັນ ຂໍ້ຫ້າມສຳລັບສະຕຣີຜູ້ອຸປະສົມບົດເປັນພຣະພິກຂຸນີ ໃນພຸດທະສາສະໜາທີ່ຕ້ອງຮັກສາຢ່າງເຄັ່ງຄັດ.