ຮີດ 12 ຄອງ14 ປະເພນີ ລາວ ຄຳວ່າຮີດ 12 ຄອງ 14 ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ.ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ: 1. ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ. 2. ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ […]