ນຳມາພິມໃໝ່ ຈາກປຶ້ມຂນົບທັມນຽມລາວ ຮີດສິບສອງແລະຄອງສິບສີ່ ໂດຍ ຄຳບາງ ຈັນນີຍາວົງ ຊຸດຣາຊບັນດິດລາວ ພ.ສ 2517 ( 10 ມິຖຸນາ 1974) ເປັນສ່ວນນຶ່ງຂອງປະເພນີລາວທີ່ໄດ້ປະຕິບັດກັນມາແຕ່ຊ້ານານ ແລະຢາກຈະເກັບສິ່ງດີໆນີ້ໄວ້ໃຫ້ນານເທົ່ານານ, ແຕ່ດ້ວຍວ່າໃນປັດຈຸບັນນີ້ເປັນຍຸກສມັຍໃໝ່ທີ່ ຈະເຣີນໄປດ້ວຍວັດຖຸ,ວິທຍາສາດແລະເທັກໂນໂລຈີ ຊຶ່ງຄົນຮຸ່ນຫລັງອາດຈະມີການປະຕິບັດຕ່າງໄປຈາກເດືມ.ຮີດສິບສອງ ຄຳວ່າ ຮີດ ມາຈາກພາສາບາລີ ຈາຣິຕຕະ ແປວ່າທັມນຽມແບບແຜນ ຂໍ້ປະພຶິດປະຕິບັດອັນຈົບງາມ ຫລື ປະເພນີສິ່ງທີ່ປະຕິບັດສືບຕໍ່ກັນມາ ຄຳວ່າ ສິບສອງ ໝາຍເຖິງເດືອນທັງສິບສອງເດືອນໃນປີນຶ່ງ ຄືນັບແຕ່ເດືອນຈຽງ (1) ເປັນຕົ້ນປີ ຈົນເຖິງເດືອນສິບສອງເປັນທ້າຍປີ, ເມື່ອຄຳທັງສອງ ມາຕໍ່ເຂົ້າກັນຈຶ່ງເປັນ ຮີດສິບສອງ ມີດັ່ງຕໍ່ໄປນີ້: 1.ເດືອນຈຽງບຸນເຂົ້າກັມ ບຸນເຂົ້າກັມ ຄຳວ່າ ກັມ ໄດ້ແກ່ການກະທຳ ເປັນກັມດີກໍມີ ເປັນກັມຊົ່ວກໍມີ ເຊັ່ນວ່າ ບຸນເປັນກັມດີ ບາບເປັນກັມຊົ່ວ. ຄຳວ່າເຂົ້າ ໄດ້ແກ່ເຂົ້າໄປຢູ່ໃນຂອບເຂດຈຳກັດ ເພື່ອໃຫ້ທໍຣະມານຮ່າງກາຍ ແລະຈິດໃຈໃຫ້ຫາຍຈາກກັມທີ່ຕົນກະທຳ, ອີກຢ່າງນຶ່ງ ຍິງອອກລູກ ແລ້ວຢູ່ໄຟຮຽກວ່າຢູ່ກຳ ຄືເອົາຕົວຂາງໄຟ […]