Tag Archives: ຮີດ 12 ຄອງ14 ປະເພນີ ລາວ

ຮີດ 12 ຄອງ 14 ປະເພນີລາວ

ຮີດ 12 ຄອງ14 ປະເພນີ ລາວ        ຄຳ​ວ່າ​ຮີດ 12 ຄອງ 14 ທີ່​ພວກ​ເຮົາ​ໄດ້​ຍິນ​ຜູ້​ເຖົ້າ​ເພິ່ນ​ມັກ​ເວົ້າ ​ແຕ່​ຫລາຍ​ຄົນ​ອາດ​ຈະ​ຍັງ​ບໍ່​ທັນ​ຮູ້​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ມັນ.​ເຊິ່ງຄວາມໝາຍຂອງ​ຮີດ 12 ຄອງ 14 ມີ​ຢູ່​ວ່າ: ຮີດ​ ແປ​ວ່າ: ​ແບບຢ່າງ ​ຫລື​ ປະ​ເພນີ​ທີ່​ເຄີຍ​ປະພຶດສືບ​ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ​ ຈົນ​ເຖິງ​ປັດຈຸບັນ ​ທັງ​ພາສາ​ເວົ້າ ​ແລະ ​ພາສາ​ຂຽນ ​ເພິ່ນ​ນິຍົມ​ເວົ້າ​ ແລະ​ຂຽນ​ຄຳ​ວ່າ: ຮີດຄອງ​ປະ​ເພນີ (ຈາຮີດ​ນິຍົມ) ລວມ​ເຂົ້າກັນ​ເປັນ​ຄຳ​ດຽວ​ຄຳ​ວ່າ ຂະ​ນົບ​ທຳນຽມ ​ແປ​ເອົາ​ໃຈຄວາມ​ແລ້ວ​ກໍ​ແມ່ນ​ປະ​ເພນີ​ທີ່​ເຄີຍ​ປະຕິບັດ​ສືບ​ທອດ​ກັນ​ມານັ້ນ​ເອງ. ຮີດ ມາ​ຈາກ​ຄຳ​ບາ​ລີ​ທີ່​ວ່າ: ຈາ​ປິດ​ຕະ ​ເປັນ​ໄດ້​ທັງ​ຄຳ​ນາມ ​ແລະ ຄຳ​ກະລິຍາ ຮີດ12 ໝາຍ​ເຖິງ​ປະ​ເພນີ​ພິທີກຳ (ຫລື​ ການ​ເຮັດບຸນ​ປະຈຳ​ເດືອນ) ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ພາຍ​ໃນ 12​ເດືອນ ​ເພິ່ນ​ຈະ​ນັບ​ເອົາ​ຕາມ​ເດືອນ​ລາວ ​ບໍ່​ແມ່ນ​ເດືອ​ນສາກົນ ​ເປັນຕົ້ນ​ແມ່ນ: 1.    ​ເດືອນ​ຈຽງ: ຈະ​ມີ​ພິທີ​ລ້ຽງ​ຜີຟ້າ​ຜີ​ແຖນ ນິມົນ​ພະສົງ​ອົງ​ຄະ​ເຈົ້າ​ເຂົ້າປະລິວາດ​ຊະ​ກຳ. 2.    ​ເດືອນ​ຍີ່: ຈະ​ມີ​ພິທີ​ເຮັດບຸນ​ເຂົ້າຄູນ​ລານ (ບຸນ​ກິນ​ຈຽງ)​ ເຜົ່າ​ມົ້ງ, ບຸນ​ງະ ບຸນ​ລະ​ປືມ(ລາວ​ເທິງ​ພາກ​ໃຕ້) ບຸນ​ກະ​ເລີ […]