ສິນ 5 ແມ່ນຄຸນນະທໍາພື້ນຖານຂອງມວນມະນຸດສະຍະຊາດ ຖ້າມະນຸດເຮົາຂາດສິນ 5 ປະການນີ້ແລ້ວກໍ່ບໍ່ຕ່າງຫຍັງກັບສັດເດຍລະສານ, ສິນ 5 ປະກອບມີ
1. ປານາຕິປາຕາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດເວັ້ນຈາກການຂ້າສັດ
2. ອະທິນນາທານາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການຖືເອົາສິ່ງຈອງທີ່ເຈົ້າຂອງບໍ່ໄດ້ໃຫ້
3. ກາເມສຸ ມິດສາຈາຣາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການ ປະພຶດຜິດໃນກາມ
4. ມຸສາວາທາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການເວົ້າຕົວະ
5. ສຸຣາເມຣະຍະມັດຊະປະມາທັດຖານາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການດື່ມນໍ້າເມົາ ຄື ສຸຣາ ແລະ ເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະໝາດ

 

ສິນ 8 ຫຼື ຮຽກອີກຢ່າງໜຶ່ງວ່າ ອຸໂປສົດ ແປດປະການ ແ່ມນພົມມະຈັນປະເພດໜຶ່ງໃນທາງພຣະພຸດທະສາສະນາ. ຄໍາວ່າ ອຸໂປສົດ ມາຈາກ ອຸປະ ແປວ່າ ເຂົ້າໄປຫາ ກັບ ໂອສະຖະ ແປວ່າຢາ ເມື່ອນໍາເອົາສອງຄໍານີ້ມາສະໝາດເຂົ້າກັນກໍ່ຈະໄດ້ຄໍາວ່າ ອຸໂປສົດ ເຊິ່ງໝາຍວ່າ ເຂົ້າໄປຮັກສາ ກາຍ ແລະ ວາຈາ, ອຸໂປສົດປະກອບດ້ວຍ 8 ປະການຄື

1. ປານາຕິປາຕາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດເວັ້ນຈາກການຂ້າສັດ
2. ອະທິນນາທານາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການຖືເອົາສິ່ງຈອງທີ່ເຈົ້າຂອງບໍ່ໄດ້ໃຫ້
3. ກາເມສຸ ມິດສາຈາຣາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການ ປະພຶດຜິດໃນກາມ
4. ມຸສາວາທາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການເວົ້າຕົວະ
5. ສຸຣາເມຣະຍະມັດຊະປະມາທັດຖານາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການດື່ມນໍ້າເມົາ ຄື ສຸຣາ ແລະ ເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະໝາດ
6. ວິກາລະໂພຊະນາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການ ສັນອາຫານໃນເວລາວິການ
7. ນັດຈະຄິຕະວາທິຕະວິສູກະທັດສະນະ ມາລາຄັນທະວິເລປະນະທາຣະນະມັນດະນະວິພູສະນັດຖານະ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການ ການເບິ່ງການຫຼີນທີ່ເປັນຂິາເສີກຕໍ່ກຸສົນ ແລະ ປະດັບປະດາຮ່າງກາຍດ້ວຍມາລາຂອງຫອມ
8. ອຸດຈາສະຍະນະມະຫາສະຍະນາ ເວຣະມະນີສິກຂາປະທັງ ສະມາທິຍາມິ
ຂ້າພະເຈົ້າສະມາທານເຊິ່ງສິກຂາບົດ ເວັ້ນຈາກການ ນັ່ງທີ່ນອນທີ່ສູງອັນໃຫຍ່